ມາເລເຊຍ ທົດລອງໃຊ້ອິນເຕີເນັດ 5,5 ຈີ ຄັ້ງທຳອິດໃນ ອາຊີ ຕາເວັນອອກ ສ່ຽງໃຕ້
ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ລາຍງານໃຫ້ຮູ້ໃນ ວັນທີ 25 ກຸມພາ 2024 ນີ້ວ່າ: ບໍລິສັດ ໂທລະຄົມມະນາຄົມ
ແມັກຊິດ (Maxis) ຂອງມາເລເຊຍ ໄດ້ຖະແຫຼງວ່າ: ໄດ້ສົມທົບກັບ ກຸ່ມບໍລິສັດ ເຕັກໂນໂລຊີ ຫົວເວີຍ (Huawei) ຂອງ ສປ ຈີນ
ໄດ້ຈັດການທົດລອງນຳໃຊ້ເຕັກໂນໂລຊີ ອິນເຕີເນັດ 5,5 G ຄັ້ງທຳອິດ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢ່າງສຳເລັດຜົນ.
Maxis ໃຫ້ຮູ້ວ່າການທົດລອງດັ່ງກ່າວ ໄດ້ພິສູດໃຫ້ເຫັນວ່າ ເຕັກໂນໂລຊີ 5,5G ສາມາດ ບັນລຸໄດ້ລະດັບຄວາມໄວຂຶ້ນເຖິງ
8Gbps, ນອກຈາກນັ້ນ ຍັງມີຄວາມສາມາດບົ່ມຊ້ອນ ໃນການປົວແປງລະດັບຄວາມໄວການເຊື່ອມຕໍ່ ລະຫວ່າງ ເຄື່ອງອຸປະກອນ
ຕ່າງໆ ດ້ວຍລະດັບຄວາມໄວຂຶ້ນ 10 ເທົ່າ ເມື່ອທຽບໃສ່ ອິນເຕີເນັດ 5G.
ເຕັກໂນໂລຊີ 5,5G ສາມາດຊ່ວຍວິວັດທະນາການການຫັນເປັນດີຈີຕອນ ແລະ ອັດຕະໂນມັດ ໃນຫລາຍຂົງເຂດ, ຜ່ານການ
ສ້າງເງື່ອນໄຂສະດວກໃຫ້ແກ່ຂະແໜງອຸດສາຫະກຳທີ່ໝູນໃຊ້ ເຕັກນິກດີຈີຕອນ ແລະ ຂົງເຂດພັດທະນາລະບົບ ຄົມມະນາຄົມອັດ
ສະລິຍະ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2024